ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ (ອອປສ) ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາກາເຊະ ໂທຊິໂອະ (Toshio NAGASE) ຫົວໜ້າອົງການໄຈກາ ປະຈຳ ສປປ ລາວ ຄົນໃໝ່ ເມື່ອວັນທີ 28 ມິຖຸນານີ້ ທີ່ ອອປສ.
      ໃນໂອກາດດັ່ງກ່າວ ທ່ານ ໄຊຊະນະ ໂຄດພູທອນ ໄດ້ສະແດງຄວາມຮັບຕ້ອນອັນອົບອຸ່ນ ແລະ ຊົມເຊີຍ ຕໍ່ທ່ານ ນາກາເຊະ ໂທຊິໂອະ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງເປັນຫົວໜ້າອົງການໄຈກາ ຄົນໃໝ່ ປະຈຳ ສປປ ລາວ ແລະ ເຊື່ອໝັ້ນຢ່າງຍິ່ງວ່າ ໃນວາລະທີ່ທ່ານດຳລົງຕຳແໜ່ງເປັນຫົວໜ້າອົງການໄຈກາ ປະຈຳ ສປປ ລາວ ນີ້, ການພົວພັນຮ່ວມມື ລະຫວ່າງ ອົງການໄຈກາ ແລະ ສປປ ລາວ ເວົ້າລວມ, ເວົ້າສະເພາະ ລະຫວ່າງ ອົງການໄຈກາ ແລະ ອົງການໄອຍະການປະຊາຊົນສູງສຸດ ຈະໄດ້ຮັບການເສີມຂະຫຍາຍເຂົ້າສູ່ລວງເລິກ ຢ່າງບໍ່ຢຸດຢັ້ງ.
ພ້ອມນັ້ນ, ທັງສອງຝ່າຍ ຍັງໄດ້ຕີລາຄາສູງ ຕໍ່ຜົນສຳເລັດຂອງການຮ່ວມມື ລະຫວ່າງ ອົງການໄອຍະການປະຊາຊົນສູງສຸດ ແລະ ອົງການໄຈກາ ນັບແຕ່ຊຸມປີ 1998 ເປັນຕົ້ນມາ ໂດຍໄດ້ໃຫ້ການຊ່ວຍເຫຼືອ ສປປ ລາວ ທາງດ້ານງົບປະມານເປັນຈໍານວນເງິນ 10 ລ້ານກວ່າໂດລາ, ສົ່ງສາດສະດາຈານ, ຜູ້ຊ່ຽວຊານ, ພະນັກງານວິຊາການ, ຜູ້ຊ່ຽວຊານໄລຍະສັ້ນ 91 ທ່ານ, ຜູ້ຊ່ຽວຊານ ໄລຍະຍາວ 19 ທ່ານ ມາປະຈໍາຢູ່ ສປປ ລາວ; ສ້າງປະມວນກົດໝາຍແພ່ງສະບັບປະຫວັດສາດຂອງຊາດລາວ, ປຶ້ມຄູ່ມືໃນຂົງເຂດກົດໝາຍແພ່ງ, ການຄ້າ, ເສດຖະກິດ, ແຮງງານ, ກົດໝາຍອາຍາ, ການດໍາເນີນຄະດີແພ່ງ, ການດໍາເນີນຄະດີອາຍາ, ການສືບສວນ-ສອບສວນ, ພັດທະນາຫຼັກສູດການສຶກສາ, ການຝຶກອົບຮົມກົດໝາຍຂອງ ສປປ ລາວ ພ້ອມທັງໄດ້ເອົາປຶ້ມທີ່ຂຽນສໍາເລັດ ລົງໄປເຜີຍແຜ່, ຝຶກອົບຮົມໃຫ້ພະນັກງານທີ່ກ່ຽວຂ້ອງໃນຂອບເຂດທົ່ວປະເທດ ຢ່າງໄດ້ຮັບຜົນດີ ຊຶ່ງໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາຊັບພະຍາກອນມະນຸດ, ວຽກງານໄອຍະການປະຊາຊົນ, ຂະແໜງການຍຸຕິທຳ ແລະ ການສ້າງລັດທີ່ປົກຄອງດ້ວຍກົດໝາຍ ຢູ່ ສປປ ລາວ ຢ່າງສັກສິດ ເທື່ອລະກ້າວ. (ຂ່າວ-ພາບ: ຍຸພິນທອງ)

By admin

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *

EnglishLao