ຂປລ. ອົງການໄອຍະການປະຊາຊົນສູງສຸດ ໄດ້ຈັດກອງປະຊຸມທາບທາມບຸກຄະລາກອນຮອບທີ I ໃນວັນທີ 28 ກໍລະກົດ 2021 ໂດຍການເປັນປະທານກອງປະຊຸມຂອງ ສະຫາຍ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີບັນດາສະຫາຍ ຄະນະປະຈໍາພັກ, ພະນັກງານອາວຸໂສບໍານານ, ຄະນະໜ່ວຍພັກ, ສະມາຊິກພັກສົມບູນ 167 ສະຫາຍ, ຍິງ 61 ສະຫາຍ ທີ່ມາຈາກ 10 ໜ່ວຍພັກ ທີ່ຂຶ້ນກັບອົງຄະນະພັກ ອົງການໄອຍະການປະຊາຊົນສູງສຸດ ເຂົ້າຮ່ວມ.
ໃນວາລະກອງປະຊຸມ ສະຫາຍ ບຸນຍັງ ຈັນດາລະສານ ຄະນະປະຈໍາພັກ, ປະທານກວດກາ, ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ໄດ້ຜ່ານຮ່າງລາຍງານການເມືອງ, ຊຶ່ງໄດ້ສະຫລຸບຕີລາຄາຜົນສໍາເລັດໃນການຊີ້ນໍາ-ນໍາພາ ຂອງຄະນະບໍລິຫານງານພັກ ອົງການໄອຍະການປະຊາຊົນສູງສຸດ ໃນໄລຍະ 2016-2020 ຜ່ານມາ ແລະ ທິດທາງໜ້າທີ່ວຽກງານຈຸດສຸມໃນ 5 ປີຕໍ່ໜ້າ (2021-2025), ບົດສຳຫລວດການຊີ້ນຳ-ນຳພາລວມ ຂອງຄະນະບໍລິຫານງານພັກສະໄໝ ທີ IV ແຕ່ປີ (2016-2020) ແລະ ສະຫາຍ ບຸນທັນ ບຸນທະວິໄລ ກໍາມະການຄະນະບໍລິຫານງານພັກ, ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ໄດ້ຜ່ານຮ່າງແຜນພັດທະນາວຽກງານໄອຍະການປະຊາຊົນ ໄລຍະ 5 ປີ (2021-2025).
ຜ່ານມາຄະນະພັກ ຂອງອົງການໄອຍະການປະຊາຊົນສູງສຸດ ໄດ້ເອົາໃຈໃສ່ໂຄສະນາ, ເຊື່ອມຊຶມແນວທາງນະໂຍບາຍຂອງພັກ ເປັນຕົ້ນແມ່ນ ບັນດາມະຕິຂອງກອງປະຊຸມຄົບຄະນະບໍລິຫານງານສູນກາງພັກແຕ່ລະສະໄໝ, ກົດໝາຍຂອງລັດ ແລະ ມະຕິຄໍາສັ່ງຂອງຂັ້ນເທິງ ຕິດພັນກັບການບໍາລຸງ ຍົກລະດັບທາງດ້ານທິດສະດີການເມືອງ-ການປົກຄອງ ແລະ ວິຊາສະເພາະໃນໄລຍະສັ້ນ, ໄລຍະຍາວທັງຢູ່ພາຍໃນ ແລະ ຕ່າງປະເທດ ຢ່າງເປັນລະບົບຕໍ່ເນື່ອງ; ຈັດຕັ້ງປາຖະກະຖາ ເລົ່າມູນເຊື້ອປະ ຫວັດສາດຂອງພັກ, ຂອງຊາດ ແລະ ສາກົນ ເປັນປົກກະຕິ; ຜ່ານການສຶກສາອົບຮົມຂ້າງເທິງເຫັນໄດ້ວ່າພະນັກງານ, ສະມາຊິກພັກ ໃນທົ່ວລະບົບອົງການໄອຍະການປະຊາຊົນ ສ່ວນຫລາຍມີທັດສະນະຫລັກໝັ້ນການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ມີຈິດໃຈຮັບໃຊ້ຊາດ, ຮັບໃຊ້ປະຊາຊົນດ້ວຍຄວາມຊື່ສັດບໍລິສຸດ, ພາຍໃນມີຄວາມສາມັກຄີເປັນເອກະພາບ ແລະ ປະຕິບັດໜ້າທີ່ດ້ວຍຈິດໃຈຟົດຟື້ນ ຕິດພັນກັບການຊຸກຍູ້ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາດ້ວຍຄໍາຂວັນ 3 ມີ 4 ຮັບປະກັນຂອງອົງການໄອຍະການປະຊາຊົນສູງສຸດວາງອອກ ຢ່າງເປັນຂະບວນກວ້າງຂວາງ. ພ້ອມນີ້, ໄດ້ຕັ້ງໜ້າຍົກສູງຄຸນນະພາບ ການຕິດຕາມກວດກາການເຄົາລົບ ແລະ ປະຕິບັດກົດໝາຍຂອງກະ ຊວງ-ອົງການ, ອົງການປົກຄອງທ້ອງຖິ່ນ ແລະ ອົງການສືບສວນ-ສອບສວນ; ຜ່ານການກວດກາ ສ່ວນຫລາຍເຫັນໄດ້ວ່າ ສະຕິເຄົາລົບ, ປະຕິບັດກົດໝາຍ ແລະ ລະບຽບການຕ່າງໆດີຂຶ້ນ, ໃນ 5 ປີ ຜ່ານມາການແກ້ໄຂຄະດີອາຍາ ຂັ້ນຕົ້ນບັນລຸ 98,45%, ຄະດີແພ່ງຂັ້ນຕົ້ນ ບັນລຸ 98,96% ລື່ນຄາດ ໝາຍທີ່ວາງໄວ້, ສານຕັດສິນຕາມຄໍາຖະແຫລງກວມເຖິງ 98,38%; ຄະດີອາຍາ ແລະ ຄະດີແພ່ງຂໍອຸ ທອນມີພຽງ 18,03% ຖ້າທຽບໃສ່ຄະດີອາຍາ ແລະ ຄະດີແພ່ງ ທີ່ສານຕັດສິນຕາມຄໍາຖະແຫລງ, ສານຂັ້ນອຸທອນພິພາກສາຕາມຄໍາຖະແຫລງກວມເຖິງ 87%; ຂັ້ນລົບລ້າງພິພາກສາຕາມຄໍາຖະແຫລງກວມ 86,52%, ທັງໝົດນັ້ນ ສະແດງໃຫ້ເຫັນວ່າການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນໄດ້ຮັບການປັບປຸງສູ່ຄຸນນະພາບຕື່ມບາດກ້າວໜຶ່ງ, ຮັບປະກັນຄວາມຖືກຕ້ອງຕາມກົດໝາຍ, ຍຸຕິທໍາ, ໂປ່ງໃສ ແລະ ທັນກໍານົດເວລາທີ່ກົດໝາຍໄດ້ກໍານົດໄວ້, ຫາງສຽງດ້ານລົບ ຕໍ່ອົງການໄອຍະການປະຊາຊົນ ທຽບໃສ່ຊຸມປີຜ່ານມາໄດ້ຫລຸດລົງ. ພ້ອມນັ້ນ, ກໍໄດ້ເອົາໃຈໃສ່ຕິດຕາມກວດກາການປະຕິບັດກົດໝາຍຢູູ່ຄ້າຍຄຸມຂັງ-ດັດສ້າງ, ຜ່ານການກວດກາຄ້າຍຄຸມຂັງ-ດັດສ້າງ ໃນທົ່ວປະເທດ ເຫັນວ່າສະ ພາບການກັກຂັງປົນເປກັນ ລະຫວ່າງຜູູ້ຖືກຫາ ແລະ ຜູູ້ຖືກບໍາບັດ ທີ່ນໍາໄປຝາກຂັງຢູ່ຄ້າຍຄຸມຂັງ ໄດ້ຮັບການແກ້ໄຂໃຫ້ຫລຸດລົງເທື່ອລະກ້າວ. ນັກໂທດໄດ້ຮັບການສຶກສາອົບຮົມກົດໝາຍ ແລະ ຝຶກວິຊາຊີບຕ່າງໆ ເຮັດໃຫ້ກາຍເປັນຜູ້ຕື່ນຕົວ ມີຄວາມກ້າວໜ້າໃນຄ້າຍຄຸມຂັງ ແລະ ໄດ້ຮັບການອະໄພຍະໂທດໃນແຕ່ລະປີ.
ໃນກອງປະຊຸມຍັງ ໄດ້ຮັບຟັງການສະເໜີມາດຖານ ແລະ ເງື່ອນໄຂຈາກຄະນະຮັບຜິດຊອບບຸກຄະລາກອນ, ຜູ້ທີ່ຈະລົງສະມັກຮັບເລືອກຕັ້ງ ຄະນະບໍລິຫານງານພັກຊຸດໃໝ່ ແລະ ໄດ້ຮັບຟັງການໂອ້ລົມຂອງ ສະຫາຍ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ຊຶ່ງສະຫາຍ ໄດ້ຮຽກຮ້ອງໃຫ້ຜູ້ແທນກອງປະຊຸມ ຈົ່ງເສີມຂະຫຍາຍມູນເຊື້ອຄວາມສາມັກຄີພາຍໃນຢ່າງໜັກແໜ້ນ, ຍົກສູງຄວາມຮັບຜິດຊອບການເມືອງ, ສຶກສາຄົ້ນຄວ້າໃຫ້ລະອຽດ, ຊອກໃຫ້ເຫັນບຸກຄົນທີ່ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະ ຕິວັດ, ມີຄວາມຮູ້ຄວາມສາມາດທີ່ແທ້ຈິງ, ຕ້ານແນວຄິດຈຸ້ມເຈື້ອເຊື້ອສາຍ, ແນວຄິດອະຄະຕິ ແລະ ສຳຄັນແມ່ນຮັບປະກັນໂຄງປະກອບບຸກຄະລາກອນທີ່ເໝາະສົມ, ໃຫ້ໄດ້ຕາມມາດຖານ ແລະ ເງື່ອນໄຂທີ່ກໍານົດໄວ້ ເພື່ອຮັບໃຊ້ໜ້າທີ່ການເມືອງທີ່ພັກ, ລັດ ແລະ ປະຊາຊົນມອບໝາຍໃຫ້.
ຈາກນັ້ນ, ຜູ້ແທນກອງປະຊຸມ ກໍໄດ້ໃຊ້ສິດປະຊາທິປະໄຕຂອງຕົນ ດໍາເນີນການປ່ອນບັດທາບທາມບຸກຄະລາກອນຮອບທີ I ໂດຍປະຕິບັດຕາມກົດລະບຽບຂອງພັກ, ບົດແນະນໍາຂອງຄະນະຈັດຕັ້ງສູນກາງພັກຢ່າງເຂັ້ມງວດ.
ຂ່າວ: ສົມຫວັງ
ພາບ: ຂັນໄຊ

By admin

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *

EnglishLao