ກອງປະຊຸມແລກປ່ຽນ, ຖອດຖອນບົດຮຽນການຈັດຕັ້ງປະຕິບັດລາຍຈ່າຍງົບປະມານ 06 ເດືອນຕົ້ນປີ 2021 ແລະ ການສ້າງແຜນງົບປະມານປະຈໍາປີ 2022 ໄດ້ໄຂຂື້ນ ໃນວັນທີ 05 ສິງຫາ 2021 ທີ່ ແຂວງບໍລິຄຳໄຊ ໂດຍການເປັນປະທານ ຂອງ ທ່ານ ສີສຸພັນ ສີວັນທອງ ຫົວໜ້າກົມການເງີນ ອົງການໄອຍະການປະຊາຊົນສູງສຸດ, ມີບັນດາທ່ານ ຫົວໜ້າອົງການໄອຍະການປະຊາຊົນພາກກາງ, ສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມໄອຍະການ, ອົງການໄອຍະການປະຊາຊົນນະຄອນຫຼວງວຽງຈັນ, 4 ເຂດ ນະຄອນຫຼວງວຽງຈັນ,ອົງການໄອຍະການປະຊາຊົນ ແຂວງບໍລິຄຳໄຊ,ເຂດ1 ແລະ ເຂດ2 , ຫົວໜ້າຫ້ອງການ ຂອງສະຖາບັນ, ອົງການໄອຍະການປະຊາຊົນພາກກາງ, ແຂວງ, ຄະນະພະແນກ ແລະ ພະນັກງານວິຊາການເຂົ້າຮ່ວມຈຳນວນ 50 ທ່ານ. ກອງປະຊຸມວຽກງານການເງິນໃນຄັ້ງນີ້ ທ່ານ ນາງ ສຸລິພອນ ສະຕິປັນຍາ ຫົວໜ້າພະແນກງົບປະມານ ອົງການໄອຍະການປະຊາຊົນສູງສຸດ ໄດ້ຂຶ້ນລາຍງານບົດສະຫຼຸບໃນການຈັດຕັ້ງປະຕິບັດລາຍຈ່າຍງົບປະມານ 06 ເດືອນຕົ້ນປີ 2021 ຂອງອົງການໄອຍະການປະຊາຊົນທົ່ວປະເທດ, ທິດທາງແຜນການປະຈໍາ 06 ເດືອນທ້າຍປີ 2021 ແລະ ການສ້າງແຜນງົບປະມານປະຈໍາປີ 2022, ຊຶ່ງການຈັດຕັ້ງປະຕິບັດລາຍຈ່າຍງົບປະມານກົມການເງີນ ອົງການໄອຍະການປະຊາຊົນສູງສຸດ ໄດ້ເອົາໃຈໃສ່ເພີ່ມທະວີຄວາມຮັບຜິດຊອບຂຶ້ນຕື່ມເພື່ອສູ້ຊົນຈັດຕັ້ງປະຕິບັດທິດທາງແຜນການປະຈຳປີ 2021 ໃຫ້ໄດ້ຕາມລະດັບຄາດໝາຍ, ຈັດແບ່ງແຜນລາຍຈ່າຍງົບປະມານ 06 ເດືອນທ້າຍປີ ກໍ່ຄືງວດ 03 ແລະ ງວດ 04 ໃຫ້ອົງການໄອຍະການປະຊາຊົນໃນຂອບເຂດທົ່ວປະເທດ, ທີ່ຕິດພັນກັບແຜນພັດທະນາວຽກງານອົງການໄອຍະການປະຊາຊົນ ຄື: 5 ແຜນງານ ແລະ 21ໂຄງການ ໃຫ້ໄດ້ຕາມແຜນທີ່ວາງໄວ້ໃນການຕອບສະໜອງດ້ານງົບປະມານໃຫ້ແກ່ການເຄື່ອນໄຫວວຽກງານເປັນປົກກະຕິ ແລະ ມີຜົນສຳເລັດຫລາຍດ້ານ. ກອງປະຊຸມຍັງໄດ້ແລກປ່ຽນ, ປຶກສາຫາລືປະກອບຄຳເຫັນກ່ຽວກັບການຈັດຕັ້ງປະຕິບັດລາຍຈ່າຍງົບປະມານ 06 ເດືອນຕົ້ນປີ 2021 ທີ່ມີຄວາມຫຍຸ້ງຍາກໃນການຈັດຕັ້ງປະຕິບັດລາຍຈ່າຍງົບປະມານ ຍ້ອນສະພາບການແຜ່ລະບາດຂອງພະຍາດໂຄວິດ 19 ແລະ ການສ້າງແຜນງົບປະມານປະຈໍາປີ 2022 ຊຶ່ງໄດ້ຕີລາຄາເປັນເອກະພາບສູງຕໍ່ງົບປະມານ ໃນດ້ານດີ-ດ້ານອ່ອນ ແລະ ຂໍ້ຄົງຄ້າງທີຜ່ານມາເພື່ອນໍາໄປຈັດຕັ້ງປະຕິບັດແຜນງົບປະມານໃນຕໍ່ໜ້າໃຫ້ຖືກຕ້ອງ, ຮັບປະກັນການຄຸ້ມຄອງລາຍຈ່າຍທີ່ຮັດກຸມ, ໂປ່ງໃສ, ເຂັ້ມງວດ ແລະ ສອດຄ່ອງຕາມກົດໝາຍທີ່ວາງໄວ້. ໃນໂອກາດດັ່ງກ່າວ ທ່ານ ສີສຸພັນ ສີວັນທອງ ຫົວໜ້າກົມການເງີນ ປະທານກອງປະຊຸມໄດ້ສະຫຼຸບ ແລະ ຕີລາຄາສູງຕໍ່ກອງປະຊຸມໃນຄັ້ງນີ້ ພ້ອມທັງເນັ້ນຫລາຍບັນຫາໂດຍສະເພາະວຽກດ້ານງົບປະມານ, ບັນຊີ-ຄັງເງີນ, ວຽກງານຄຸ້ມຄອງຊັບສົມບັດເພື່ອໃຫ້ພະນັກງານທຸກຄົນທີ່ເຮັດໜ້າທີ່ວຽກງານການເງີນຕ້ອງໄດ້ມີຄວາມຮັບຜິດຊອບສູງໃນການປະຕິບັດວຽກງານຂອງຕົນ, ພ້ອມນັ້ນ ຍັງຮຽກຮ້ອງມາຍັງຜູ້ເຂົ້າຮ່ວມທຸກທ່ານຈົ່ງພ້ອມກັນແລກປ່ຽນບົດຮຽນເຊີ່ງກັນ ແລະ ກັນ ສຶບຕໍ່ເອົາໃຈໃສ່ຕິດຕາມຄຸ້ມຄອງບັນດາລາຍຈ່າຍຕ່າງໆໃຫ້ທັນຕາມກຳນົດເວລາ ເພື່ອເຮັດໃຫ້ການຄຸ້ມຄອງ-ນຳໃຊ້ມີຄວາມຮັດກຸມ ແລະ ຫັນໄປສູ່ລະບຽບການເທື່ອລະກ້າວ.ພາບ ແສງຈັນ, ຂ່າວ ອານຸສັກ

อาจเป็นรูปภาพของ 12 คน และผู้คนกำลังยืน
อาจเป็นรูปภาพของ 1 คน, กำลังยืน, ดอกไม้ และสถานที่ในร่ม
อาจเป็นรูปภาพของ 1 คน, ดอกไม้ และสถานที่ในร่ม
อาจเป็นรูปภาพของ 5 คน, ผู้คนกำลังนั่ง, ผู้คนกำลังยืน และสถานที่ในร่ม
อาจเป็นรูปภาพของ 3 คน, ผู้คนกำลังนั่ง, ผู้คนกำลังยืน และข้อความพูดว่า "NPE"
อาจเป็นรูปภาพของ 4 คน, ผู้คนกำลังนั่ง, ผู้คนกำลังยืน และข้อความพูดว่า "NPE"
อาจเป็นรูปภาพของ 5 คน, ผู้คนกำลังนั่ง และผู้คนกำลังยืน
อาจเป็นรูปภาพของ 5 คน, ผู้คนกำลังนั่ง และผู้คนกำลังยืน
อาจเป็นรูปภาพของ 7 คน, ผู้คนกำลังยืน, ผู้คนกำลังนั่ง และสถานที่ในร่ม
อาจเป็นรูปภาพของ 3 คน, ผู้คนกำลังนั่ง, ผู้คนกำลังยืน, สถานที่ในร่ม และข้อความพูดว่า "NPE"
อาจเป็นรูปภาพของ 6 คน และผู้คนกำลังยืน

By admin

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *

EnglishLao