ໂດຍປະຕິບັດຕາມແຜນການຈັດກອງປະຊຸມທາງໄກຮ່ວມກັບບັນດາອົງການໄອຍະການປະຊາຊົນສາກົນ ຈຶ່ງໄດ້ຈັດກອງປະຊຸມຮ່ວມມືຜ່ານລະບົບກອງປະຊຸມທາງໄກ ລະຫວ່າງ ກົມແຜນການ ແລະ ຮ່ວມກັບຕ່າງປະເທດ ອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ແລະ ກົມພົວພັນຕ່າງປະເທດ ແລະ ຮ່ວມມືທາງອາຍາ ອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສສ ຫວຽດນາມ ໃນຄັ້ງວັນທີ 06 ສິງຫາ 2021, ເວລາ 09:00 ໂມງ ຢູ່ທີ່ຫ້ອງປະຊຸມທາງໄກ ຂອງອົງການໄອຍະການປະຊາຊົນສູງສຸດ ໂດຍເຂົ້າຮ່ວມກອງປະຊຸມທາງໄກຄັ້ງນີ້ ມີ ທ່ານ ຄຳເພັດ ສົມວໍລະຈິດ ຫົວໜ້າກົມແຜນການ ແລະ ຮ່ວມກັບຕ່າງປະເທດ ພ້ອມດ້ວຍຄະນະ (ຝ່າຍລາວ) 5 ທ່ານ ແລະ ທ່ານ ນາງ ວູທີຮາຍອຽນ ຫົວໜ້າກົມພົວພັນຕ່າງປະເທດ ແລະ ຮ່ວມມືທາງອາຍາ ພ້ອມດ້ວຍຄະນະ 4 ທ່ານ (ຝ່າຍຫວຽດນາມ). ເນື່ອງໃນໂອກາດດັ່ງກ່າວ ຕາງໜ້າ ຄະນະນຳ ອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ກໍຄື ຄະນະຜູ້ແທນ ສປປ ລາວ ທ່ານ ຄຳເພັດ ສົມວໍລະຈິດ ຫົວໜ້າກົມແຜນການ ແລະ ຮ່ວມມືກັບຕ່າງປະເທດ ອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ໄດ້ສະແດງຄວາມຮັບຕ້ອນ ແລະ ຊົມເຊີຍ ຕໍ່ ທ່ານ ນາງ ວູທິຮາຍ ອຽນ ຫົວໜ້າ ກົມພົວພັນຕ່າງປະເທດ ແລະ ຮ່ວມມືທາງດ້ານຍຸຕິທໍາທາງອາຍາ ອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສສ ຫວຽດນາມ ທີ່ໃຫ້ກຽດໃນການເຂົ້າຮ່ວມກອງປະຊຸມທາງໄກຄັ້ງນີ້. ທີ່ປະຊຸມໄດ້ປຶກສາຫາລືກ່ຽວກັບການຈັດຕັ້ງປະຕິບັດບົດບັນທຶກຊ່ວຍຈຳທີ່ອົງການໄອຍະການປະຊາຊົນສູງສຸດຂອງສອງປະເທດ ໄດ້ລົງນາມຮ່ວມກັນໃນປີ 2014 ກໍຄືຜົນຂອງກອງປະຊຸມອົງການໄອຍະການບັນດາແຂວງຊາຍແດນຕິດຈອດກັນລາວ-ຫວຽດນາມຄັ້ງທີ 6 ທີ່ແຂວງ ຈຳປາສັກ, ສປປ ລາວ ໃນປີ 2019 ຜ່ານມາ ໂດຍເຫັນໄດ້ຜົນສໍາເລັດ ຂອງການຮ່ວມມືວຽກງານໄອຍະການຂອງສອງປະເທດ ກໍຄື ການສືບຕໍ່ການຮ່ວມມືກັນໃນຕໍ່ໜ້າ ເປັນຕົ້ນ ການຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ຢູ່ ສສ ຫວຽດນາມໃນທ້າຍປີ 2021, ກອງປະຊຸມຫົວໜ້າອົງການໄອຍະການສູງສຸດ ອາຊຽນ-ຈີນ ຄັ້ງທີ 13 ຢູ່ ສສ ຫວຽດນາມ, ການຢ້ຽມຢາມ ສສ ຫວຽດນາມ ຂອງຄະນະຜູ້ແທນກ່ຽວກັບວຽກງານຂ່າວສານໄອຍະການປະຊາຊົນ, ການຝຶກອົບຮົມໄລຍະສັ້ນ ຢູ່ ສສ ຫວຽດນາມ, ກອງປະຊຸມອົງການໄອຍະການປະຊາຊົນບັນດາແຂວງທີ່ມີຊາຍແດນຕິດຈອດກັນຄັ້ງທີ 7 ຢູ່ ສສ ຫວຽດນາມ ໃນປີ 2022 ແລະ ບັນຫາອື່ນຈຳນວນໜຶ່ງ ດ້ວຍຄວາມເປັນເອກະພາບສູງ ຊຶ່ງຈະປະກອບສ່ວນສຳຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະ ພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ເວົ້າລວມ, ການພົວພັນ-ຮ່ວມມື ລະຫວ່າງ ອົງການໄອຍະການປະຊາຊົນ ແຫ່ງ ສປປ ລາວ ແລະ ອົງການໄອຍະການປະຊາຊົນ ແຫ່ງ ສສ ຫວຽດນາມ ເວົ້າສະເພາະ ໃຫ້ນັບມື້ກ້າວສູ່ລວງເລິກ, ມີຜົນສຳເລັດໃຫຍ່ຫຼວງກວ່າເກົ່າ ແລະ ໝັ້ນຄົງທະນົງແກ່ນຊົ່ວກາລະນາ.ຂ່າວ-ພາບ: ແສງພະຈັນ

อาจเป็นรูปภาพของ 2 คน, หน้าจอ และสถานที่ในร่ม
อาจเป็นรูปภาพของ 5 คน, ผู้คนกำลังยืน และสถานที่ในร่ม
อาจเป็นรูปภาพของ 4 คน, ผู้คนกำลังยืน และข้อความ
อาจเป็นรูปภาพของ 3 คน

By admin

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *

EnglishLao