ກົມຕິດຕາມກວດກາຄ້າຍຄຸມຂັງ-ດັດສ້າງ ໄດ້ຈັດກອງປະຊຸມຫລຸບວຽກງານການເຄື່ອນໄຫວປະຈຳ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2021,​ ຊື່ງໄດ້ຈັດຂຶ້ນໃນຕອນເຊົ້າ ຂອງວັນທີ 3 ສິງຫາ 2021 ຜ່ານມາ.​ ໂດຍການເປັນປະທານຂອງທ່ານ ບຸນຍັງ ຈັນດາລະສານ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຜູ້ຊີ້ນຳກົມຕິດຕາມກວດກາຄ້າຍຄຸມຂັງ-ດັດສ້າງ ມີ ຫົວໜ້າກົມ,​ ຮອງຫົວໜ້າກົມ, ຫົວໜ້າພະແນກ,​ ຮອງຫົວໜ້າພະແນກ ແລະ ພະນັກງານວິຊາການເຂົ້າຮວມຢ່າງພ້ອມພຽງ. ຜ່ານການສະຫລຸບວຽກງານປະຈຳ 6 ເດືອນຕົ້ນປີ ປະທານກອງຊຸມກໍ່ໄດ້ເນັ້ນໜັກໃຫ້ເອົາໃຈໃສ່ບາງວຽກງານຂອງທິດທາງແຜນການ 6 ເດືອນທ້າຍປີ 2021. 1. ເພີ້ມທະວີສືກສາອົບຮົມການເມືອງແນວຄິດໃຫ້ພະນັກງານພາຍໃນກົມ ໃຫ້ມີຄວາມອຸ່ນອຽ່ນທຸ່ນທ່ຽງໜັກແໜ້ນ ເອົາໃຈ​ໃສ່ການເຄົາລົບ ແລະ ປະຕິບັດລະບຽບລັດຖະກອນຢ່າງເຂັ້ມງວດ; 2. ປະສານສົມທົບກັບຕຳຫລວດຄຸມຂັງ-ດັດສ້າງ,​ ອົງການໄອຍະການປະຊາຊົນແຂວງ-ນະຄອນຫລວງ ສັງລວມເກັບກຳສະຖິຕິນັກໂທດ,​ ຜູ້ຖືກຫາ ແລະ ຜູ້ຖືກດັດສ້າງ ຄ້າຍຄຸມຂັງສູນກາງຄຸ້ມຄອງ,​ ແຂວງ-ນະຄອນຫລວງ ກັບໜ່ວຍງານອື່ນຕາມພາລະບົບບາດຂອງກົມທີ່ກຳນົດໄວ້; 3. ຕິດຕາມຊຸກຍູ້ໃຫ້ອົງການໄອຍະການປະຊາຊົນທ້ອງຖິ່ນ, ຈັດຕັ້ງປະຕິບັດແຜນງານ,​ ໂຄງການຂອງວຽກງານຕິດຕາມກວດກາຄ້າຍຄຸມຂັງ-ດັດສ້າງ ຕາມພາລະບົດບາດໃນຂອບເຂດຄວາມຮັບຜິດຊອບ; 4. ກອງເລຂາຄະນະກຳມະການອະໄພຍະໂທດລະດັບຊາດກະກຽມເປີດກອງປະຊຸມຜ່ານການຄົ້ນຄວ້າບັນຊີສະເໜີອະໄພຍະໂທດ,​ ຫລຸດຜອນໂທດ ໃຫ້ແກ່ນັກໂທດຂອງຄະນະກຳມະການອະໄພຍະໂທດ ຂັ້ນກະຊວງ,​ ແຂວງ-ນະຄອນຫລວງ,​ ພ້ອມກວດກາສັງລວມບັນຊີສະເໜີອະໄພຍະໂທດຂອງພາກສ່ວນດັ່ງກ່າວເຂົ້າໃນກອງປະຊຸມຂອງກອງເລຂາໃຫ້ທັນກຳນົດເວລາ; 5. ສືບຕໍ່ປະຕິບັດວຽກງານອື່ນໆ ຕາມການມອບໝາຍຂອງຄະນະພັກ,​ ຄະນະນຳ ອອປສ.ຂ່າວ-ພາບ: ຈະເລີນສິນ

อาจเป็นรูปภาพของ 4 คน, ผู้คนกำลังนั่ง, ผู้คนกำลังยืน และสถานที่ในร่ม
อาจเป็นรูปภาพของ 9 คน, ผู้คนกำลังนั่ง, ผู้คนกำลังยืน และสถานที่ในร่ม
อาจเป็นรูปภาพของ 9 คน, ผู้คนกำลังนั่ง และผู้คนกำลังยืน
อาจเป็นรูปภาพของ 6 คน, ผู้คนกำลังยืน และผู้คนกำลังนั่ง
อาจเป็นรูปภาพของ 8 คน, ผู้คนกำลังนั่ง, ผู้คนกำลังยืน และสถานที่ในร่ม

By admin

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *

EnglishLao