ຂປລ. ໃນວັນທີ 16 ສິງຫາ 2021 ທີ່ນະຄອນຫລວງວຽງຈັນ, ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການ ປະຊາຊົນສູງສຸດ (ອອປສ) ໄດ້ຕ້ອນຮັບ ທ່ານ ປີເຕີ ເຟລນ ຜູ້ຕາງໜ້າອົງ ການສະຫະປະຊາຊາດ ເພື່ອຄວບຄຸມຢາເສບຕິດ ແລະ ອາຊະຍາກຳ ຫລື UNODC ທັງເປັນທີ່ປຶກສາລະດັບ ພາກພື້ນໂຄງການ ຕ້ານການຟອກເງິນ ຄົນໃໝ່ປະຈຳ ສປປ ລາວ ພ້ອມດ້ວຍຄະນະ.

ໃນໂອກາດດັ່ງກ່າວ, ທ່ານ ໄຊຊະຊະ ໂຄດພູດທອນ ໄດ້ສະແດງຄວາມຕ້ອນຮັບ ອັນອົບອຸ່ນຕໍ່ທ່ານ ທ່ານ ປີເຕີ ເຟລນ ພ້ອມດ້ວຍຄະນະ. ການພົບປະ ໃນຄັ້ງນີ້, ເພື່ອປຶກສາຫາກ່ຽວກັບ ບັນຫາທີ່ພົ້ນເດັ່ນ ໃນການຕ້ານການຟອກເງິນ, ກົນໄກການດໍາເນີນງານ ການປະສານກັບ ພາກສ່ວນທີ່ກ່ຽວຂ້ອງ ເຮັດໃຫ້ລະບົບ ການເງິນຂອງ ສປປ ລາວ, ມີຄວາມເປັນລະບຽບຮຽບຮ້ອຍ, ມີຄວາມເຂັ້ມແຂງ ແລະ ມີຄວາມໝັ້ນຄົງ ສາມາດເຊື່ອມໂຍງ ກັບພາກພື້ນ ແລະ ອົງການສາກົນ. ພ້ອມນີ້, ຍັງໄດ້ພົບປະບັນດາ ຫົວໜ້າກົມອາຍາ ໃນການເຈາະເລີກ ລາຍລະອຽດໂຄງການ, ໂອ້ລົມແລກປ່ຽນວຽກງານເຊິ່ງກັນ ແລະກັນ ແລະ ວາງແຜນໃນຕໍ່ໜ້າ ວ່າຈະສາມາດສະໜັບ ສະໜູນຊ່ວຍເຫລືອ ດ້ານການຈັດຝຶກອົບຮົມ ຫລື ສ້າງປຶ້ມຄູ່ມືດ້ວຍ ກົດໝາຍທີ່ກ່ຽວຂ້ອງ ກັບວຽກງານ AML (AML/CFT Project ໂຄງການຕ້ານການຟອກເງິນ ແລະ ອາຊະຍາກໍາທາງການເງິນ) ເພື່ອການຈັດຕັ້ງປະຕິບັດ ຢ່າງຈິງຈັງ ໃນການປາບປາມ ການຟອກເງິນ ເອົາມາດໍາເນີນຂະບວນ ການຍຸຕິທໍາ ແລະ ລົງໂທດຕາມລະບຽບ ຫລັກການກົດໝາຍ ຢ່າງເດັດຂາດ.

ພ້ອມນີ້, ທ່ານ ໄຊຊະຊະ ໂຄດພູດທອນ ຍັງໄດ້ສະແດງຄວາມຂອບໃຈ ຕໍ່ການຮ່ວມມື ແລະ ການຊ່ວຍເຫລືອຂອງ ອົງການສະຫະປະຊາຊາດ ເພື່ອຄວບຄຸມ ຢາເສບຕິດ ແລະ ອາຊະຍາກຳ ຫລື UNODC ໃນໄລຍະຜ່ານມາ. ເວົ້າລວມ, ເວົ້າສະເພາະ ແມ່ນການຈັດຕັ້ງປະຕິບັດ ບັນດາໂຄງການ ແລະ ກິດຈະກໍາຕ່າງໆ ໂດຍພາຍໃຕ້ ແຜນງານ ຂອງອົງການຢູເອນໂອດີຊີ (UNODC) ທີ່ສອດຄ່ອງກັບ ແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ ຂອງ ສປປ ລາວ; ລວມທັງບັນດາ ໜ້າວຽກ ບູລິມະສິດ ທີ່ຕິດພັນກັບ ການຕ້ານການຟອກເງິນ ແລະ ອາຊະຍາກໍາ ທາງດ້ານການເງິນ.

ໂອກາດດຽວກັນນີ້, ທ່ານ ປີເຕີ ເຟລນ ກໍໄດ້ສະແດງຄວາມຂອບໃຈ ຕໍ່ທ່ານ ໄຊຊະນະ ໂຄດພູທອນ ທີ່ໄດ້ສະຫລະເວລາອັນມີຄ່າ ໃນການຕ້ອນຮັບ ອັນອົບອຸ່ນໃນຄັ້ງນີ້.

ຂ່າວ-ພາບ ສົມຫວັງ

By admin

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *

EnglishLao