ຂປລ. ໃນວັນທີ 18 ຕຸລາ 2021 ທີ່ອົງການໄອຍະການປະຊາຊົນສູງສຸດ, ສະມາຄົມທ່ອງທ່ຽວລາວ-ເກົາຫລີ ໄດ້ນຳເອົາເຄື່ອງອຸປະກອນປ້ອງກັນ ການແຜ່ລະບາດພະຍາດໂຄວິດ-19 ມາມອບໃຫ້ອົງ ການໄອຍະການປະຊາຊົນສູງສຸດ, ຊຶ່ງຕາງໜ້າມອບໂດຍ ທ່ານ ສີສຸກ ຈິດປະສົງ ປະທານສະມາຄົມທ່ອງທ່ຽວລາວ-ເກົາຫລີ ແລະ ກ່າວຮັບ ໂດຍ ທ່ານ ພຸດທະວົງ ບົວລະພາ ຫົວໜ້າຫ້ອງການອົງການໄອຍະການປະຊາຊົນສູງສຸດ, ພ້ອມດ້ວຍຄະນະ ທັງສອງຝ່າຍເຂົ້າຮ່ວມ.ການມອບເຄື່ອງອຸປະກອນປ້ອງກັນພະຍາດໂຄວິດ-19 ໃນຄັ້ງນີ້, ເພື່ອເປັນການຕອບສະໜອງນໍາໃຊ້ເຂົ້າສູ່ວຽກງານໄອຍະການປະຊາຊົນ. ເວົ້າລວມ, ເວົ້າສະເພາະ ແມ່ນການຕ້ານ ແລະ ສະກັດກັ້ນຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ໃນຂົງເຂດອົງການໄອຍະການປະຊາຊົນ. ເຄື່ອງດັ່ງກ່າວ, ລວມມີ ຜ້າອັດປາກ ຈຳນວນ 9.000 ອັນ, ລວມມູນຄ່າທັງໝົດ ປະມານ 8 ລ້ານກີບ.ໃນໂອກາດນີ້, ທ່ານ ພຸດທະວົງ ບົວລະພາ ຕາງໜ້າຄະນະພັກ ຄະນະນໍາ ອົງການໄອຍະການປະຊາຊົນສູງສຸດ ກໍໍໄດ້ສະແດງຄວາມຂອບໃຈຢ່າງຍິ່ງ ແລະ ກໍໄດ້ມອບໃບຍ້ອງຍໍ ໃຫ້ແກ່ສະມາຄົມທ່ອງທ່ຽວລາວ-ເກົາຫລີ ທີ່ໄດ້ເປັນສ່ວນໜຶ່ງໃນການສະໜັບສະໜູນຊ່ວຍເຫລືອ ມອບເຄື່ອງອຸປະກອນປ້ອງກັນພະຍາດໂຄວິດ-19 ແລະ ຢືນຢັນຈະນໍາໃຊ້ເຄື່ອງຈໍານວນດັ່ງກ່າວ ເຂົ້າສູ່ວຽກງານຂອງອົງການໄອຍະການປະຊາຊົນ ເພື່ອເປັນການສະກັດກັ້ນ ແລະ ຕ້ານພະຍາດໂຄວິດ-19 ໃນຄັ້ງນີ້ໃຫ້ເກີດປະໂຫຍດສູງສຸດ. ຂ່າວ : ສຸກພາວະດີ

อาจเป็นรูปภาพของ 8 คน และ ผู้คนกำลังยืน

By admin

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *

EnglishLao