ໃນວັນທີ 25 ຕຸລາ 2021 ທີ່, ສະພາແຫ່ງຊາດ ໄດ້ຈັດກອງປະຊຸມຄົບຄະນະກໍາມາທິການຍຸຕິທໍາ ປະຈໍາປີ 2021, ຜ່ານທາງລະບົບກອງປະຊຸມທາງໄກ ໂດຍການເປັນປະທານຂອງ ທ່ານ ຄໍາແພງ ວິລະພັນ ປະທານກໍາມາທິການຍຸຕິທຳ ສະພາແຫ່ງຊາດ, ຕາງໜ້າອົງການໄອຍະການປະຊາຊົນສຸງສຸດ ເຂົ້າຮ່ວມມີ ທ່ານ ບຸນທັນ ບຸນທະວິໄລ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ທ່ານ ພຸດທະວົງ ບົວລະພາ ຫົວໜ້າຫ້ອງການ, ທ່ານ ອ່ອນຈັນ ມະນີວັນ ຫົວໜ້າກົມຕິດຕາມກວດກາການດຳເນີນຄະດີອາຍາ, ທ່ານ ບົວລີ ເພັດມີໄຊ ຮັກສາການຫົວໜ້າກົມຕິດຕາມກວດກາການດຳເນີນຄະດີແພ່ງ, ທ່ານ ບົວຄຳ ສຸວັນຄຳ ຮອງຫົວໜ້າຫ້ອງການ; ມີຮອງປະທານກຳມາທິການຍຸຕິທຳ ສະພາແຫ່ງຊາດ, ບັນດາທ່ານຮອງປະທານກຳມາທິການຂອງສະພາແຫ່ງຊາດ, ຮອງຄະນະເລຂາທິການສະພາແຫ່ງຊາດ, ຕາງໜ້າສານປະຊາຊົນສູງສຸດ, ຕາງໜ້າອົງການກວດກາແຫ່ງລັດ, ສະມາຊິກສະພາແຫ່ງຊາດທີ່ເປັນກໍາມະການກໍາມາທິການຍຸຕິທໍາ ທັງ 18 ເຂດ ແລະ ຫົວໜ້າ-ຮອງຫົວໜ້າກົມ ທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ. ກອງປະຊຸມໃນຄັ້ງນີ້, ເພື່ອເປັນການສະຫລຸບຕີລາຄາການຈັດຕັ້ງປະຕິບັດພາລະບົດບາດການເປັນເສນາທິການໃຫ້ແກ່ສະພາແຫ່ງຊາດ, ການຕິດຕາມກວດກາການຈັດຕັ້ງປະຕິບັດລັດຖະທໍາມະນູນ ແລະ ກົດໝາຍ ຂອງ ອົງການລັດທີ່ກ່ຽວຂ້ອງ; ກອງປະຊຸມໄດ້ຮັບຟັງ ບົດສະຫຼຸບການເຄື່ອນໄຫວວຽກງານປະຈຳປີ 2021 ແລະ ທິດທາງແຜນການວຽກງານຈຸດສຸມ ປີ 2022 ຂອງກໍາມະທິການຍຸຕິທໍາ ສະພາແຫ່ງຊາດ; ບົດລາຍງານການເຄື່ອນໄຫວວຽກງານປະຈໍາປີ ຂອງ ອົງການໄອຍະການປະຊາຊົນສູງສຸດ ແລະ ສານປະຊາຊົນສູງສຸດ ປະຈຳປີ 2021 ແລະ ແຜນການ ປີ 2022; ບົດປະກອບຄໍາເຫັນຂອງທ່ານປະທານກໍາມາທິການຍຸຕິທໍາຕໍ່ກັບບົດລາຍງານການເຄື່ອນໄຫວປະຈໍາປີ ຂອງອົງການໄອຍະການປະຊາຊົນສູງສຸດ ແລະ ສານປະຊາຊົນສູງສຸດ; ຮ່າງມະຕິ ວ່າດ້ວຍການຮັບຮອງເອົາບົດລາຍງານຂອງອົງການໄອຍະການປະຊາຊົນສູງສຸດ ແລະ ສານປະຊາຊົນສູງສຸດ; ຮ່າງມະຕິ ກອງປະຊຸມຄົບຄະນະຄະນະ ຂອງກຳມາທິການຍຸຕິທຳ ສະພາແຫ່ງຊາດ. ນອກຈາກນັ້ນ, ບັນດາທ່ານສະມາຊິກສະພາແຫ່ງຊາດທີ່ເຂົ້າຮ່ວມກອງປະຊຸມຍັງໄດ້ສຸມສະຕິປັນຍາເຂົ້າໃນການປະກອບຄໍາຄິດຄໍາເຫັນໃສ່ບົດລາຍງານຕ່າງໆ ເພື່ອເຮັດໃຫ້ເນື້ອໃນຄົບຖ້ວນ ແລະ ສົມບູນ. ກອງປະຊຸມ ຍັງໄດ້ຮັບຟັງການໂອ້ລົມ ຈາກ ທ່ານ ສຈ ປອ ຈະເລີນ ເຍຍປາວເຮີ ຮອງປະທານຄະນະປະຈໍາສະພາແຫ່ງຊາດ ທ່ານ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ທ່ານ ຍັງໄດ້ເໜັ້ນໜັກໃຫ້ກຳມາທິຍຸຕິທຳ ແລະ ພາກສ່ວນກຽດຂອງສືບຕໍ່ຮັກສາຜົນງານດ້ານດີ ເພື່ອຜັນຂະຫຍາຍຕໍ່ໄປ ແລະ ປັບປຸງແກ້ໄຂບັນຫາທີ່ອ່ອນ ຄົງຄ້າງໃຫ້ດີຂຶ້ນ ໃນການປະຕິບັດພາລະບົດບາດການເປັນເສນາທິການໃຫ້ແກ່ສະພາແຫ່ງຊາດ ຕໍ່ວຽກງານຍຸຕິທຳ ກໍ່ຄື ການຕິດຕາມກວດກາການຈັດຕັ້ງປະຕິບັດລັດຖະທໍາມະນູນ ແລະ ກົດໝາຍ ຂອງພາກສ່ວນຕ່າງໆ ທີ່ກ່ຽວຂ້ອງ. ກອງປະຊຸມໄດ້ດໍາເນີນເປັນເວລາໜຶ່ງວັນ ແລະ ໄດ້ປິດລົງໃນວັນດຽວກັນ.
ໂດຍ: ຈະເລີນສິນ







