ໃນຕອນເຊົ້າຂອງ ວັນທີ 8 ທັນວາ 2021 ຢູ່ທີ່ຫ້ອງປະຊຸມຂອງອົງການໄອຍະການປະຊາຊົນສູງສຸດ ໄດ້ຈັດພິທີເຊັນບົດບັນທຶກການປະສານງານຮ່ວມກັນ ລະຫວ່າງ ອົງການໄອຍະການປະຊາຊົນສູງສຸດ ແລະ ກະຊວງປ້ອງກັນຄວາມສະຫງົບ ໂດຍການເປັນປະທານຮ່ວມຂອງ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແລະ ທ່ານ ໄຊຊະນະ ໂຄດພູທອນ ກໍາມະການສູນກາງພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີ ຮອງຫົວໜ້າອົງການປະຊາຊົນສູງສຸດ, ຮອງລັດຖະມົນຕີ,​ ຄະນະພັກ-ຄະນະນໍາ, ບັນດາທ່ານຫົວໜ້າກົມ, ຫ້ອງການ ແລະ ພະນັກງານຫຼັກແຫຼ່ງ ຂອງທັງສອງພາກສ່ວນ ເຂົ້າຮ່ວມຢ່າງພ້ອມພຽງ. ການເຊັນບົດບັນທຶກສ້າງກົນໄກປະສານງານຮ່ວມກັນໃນຄັ້ງນີ້ ແມ່ນເພື່ອເປັນການຈັດຕັ້ງປະຕິບັດເນື້ອໃນບົດບັນທືກຮ່ວມ 4 ພາກສ່ວນ ກ່ຽວກັບການດໍາເນີນຄະດີ ຕາມຂະບວນຍຸຕິທໍາ ຄັ້ງທີ VI, ສະບັບລົງວັນທີ 15 ກໍລະກົດ 2021 ເຂົ້າສູ່ວຽກງານຕົວຈິງ ຂອງອົງການໄອຍະການປະຊາຊົນສູງສຸດ ແລະ ກະຊວງປ້ອງກັນຄວາມສະຫງົບ, ແນໃສ່ສະກັດກັ້ນປະກົດການຫຍໍ້ທໍ້ໃນການດໍາເນີນຄະດີອາຍາ, ເຄົາລົບ ແລະ ປະຕິບັດຕາມພາລະບົດບາດ, ໜ້າທີ່ ແລະ ຂອບເຂດສິດ ຂອງແຕ່ລະພາກສ່ວນ ທີ່ໄດ້ກໍານົດໄວ້ໃນກົດໝາຍ ແລະ ນິຕິກໍາລຸ່ມກົດໝາຍ ພ້ອມທັງຮັບປະກັນຄວາມສັກສິດຂອງກົດໝາຍ, ປະຕິບັດຫຼັກການລວມສູນ ແລະ ເປັນເອກະພາບ ຕາມລະບົບສາຍຕັ້ງ ຫຼື ສາຍບັນຊາແຕ່ຂັ້ນສູນກາງລົງຮອດຂັ້ນທ້ອງຖິ່ນໃນຂອບເຂດທົ່ວປະເທດ, ເຮັດໃຫ້ການດໍາເນີນຄະດີອາຍາ ໄດ້ດໍາເນີນໄປຢ່າງຖືກຕ້ອງ, ໂປ່ງໃສ, ທັນຕາມກໍານົດເວລາ ແລະ ຍຸຕິທໍາ. ທັງສອງອົງການຈິ່ງໄດ້ປະສານສົມທົບກັນ ຄົ້ນຄວ້າຕົກລົງເຫັນດີເປັນເອກະພາບສ້າງບົດບັນທຶກກົນໄກ ຊຶ່ງ ປະກອບມີ 7 ຂໍ້ ໂດຍໄດ້ກໍານົດໜ້າທີ່ຄວາມຮັບຜິດຊອບຂອງແຕ່ລະພາກສ່ວນ ອອກເປັນໜ້າວຽກອັນລະອຽດ ເພື່ອຍົກສູງຄວາມຮັບຜິດຊອບ ແລະ ຈັດຕັ້ງປະຕິບັດເນື້ອໃນຂອງບົດບັນທຶກຮ່ວມ ໃຫ້ປະກົດຜົນເປັນຈີງ ປະກອບສ່ວນໃຫ້ການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ ໃຫ້ມີຄວາມໂປ່ງໃສ, ເຂັ້ມແຂງ, ມີປະສິດທິພາບ, ປະສິດທິຜົນ, ປະຢັດ ແລະ ປະຕິບັດມາດຕະການສະກັດກັ້ນ ແລະ ແກ້ໄຂການລະເມີດກົດໝາຍ ຕາມຂະບວນການຍຸຕິທໍາ.

ໂດຍ: ຈະເລິນສິນ

อาจเป็นรูปภาพของ 11 คน และ ผู้คนกำลังยืน
อาจเป็นรูปภาพของ 13 คน, ผู้คนกำลังยืน และ ชุดเครื่องแบบทหาร
อาจเป็นรูปภาพของ 9 คน, ผู้คนกำลังยืน และ ชุดเครื่องแบบทหาร
อาจเป็นรูปภาพของ 15 คน, ผู้คนกำลังยืน และ ชุดเครื่องแบบทหาร

By admin

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *

EnglishLao