ໂດຍ: ທ່ານ ຄຳເພັດ ສົມວໍລະຈິດ

ພັກເຮົາ ຍາມໃດ ກໍຖືສຳຄັນການຫັນເປັນສາກົນ ແລະ ທັນສະໄໝ ເພື່ອ “ນໍາພາປະເທດຊາດ ພົ້ນຈາກສະຖານະພາບດ້ອຍພັດທະນາ ແລະ ກ້າວເດີນສູ່ຈຸດໝາຍສັງຄົມນິຍົມ ”, ມີຄວາມສະ ຫງົບ, ມີຄວາມປອດໄພ, ເສດຖະກິດ-ສັງຄົມຂະຫຍາຍຕົວຕໍ່ເນື່ອງ ແລະ ບັນລຸຕາມວິໄສທັດທີ່ໄດ້ວາງໄວ້.ໂດຍເຫັນໄດ້ບົດບາດ ແລະ ຄວາມສໍາຄັນທີ່ໄດ້ກ່າວມານັ້ນ ຄະນະນໍາ ອົງການໄອຍະການປະຊາຊົນສູງສຸດ ຈຶ່ງຕົກລົງປະກອບ ແລະ ຈັດພິທີມອບອຸປະກອນກອງປະຊຸມທາງໄກ ຊຶ່ງໄດ້ປະ ກອບມີ ກ້ອງ, ໂທລະພາບ ແລະ ອຸປະກອນຈໍານວນໜຶ່ງໃຫ້ອົງການໄອຍະການປະຊາຊົນພາກ 3 ພາກ, ອົງການໄອຍະການປະຊາຊົນແຂວງ 17 ແຂວງ, ອົງການໄອຍະການປະຊາຊົນນະຄອນ ຫຼວງວຽງຈັນ ແລະ ອົງການໄອຍະການທະຫານຂັ້ນສູງ. ພິທີດັ່ງກ່າວໄດ້ໄຂຂຶ້ນໃນ ວັນທີ 26 ມັງ ກອນ 2022, ທີ່ອົງການໄອຍະການປະຊາຊົນສູງສຸດ ໂດຍໃຫ້ກຽດການເປັນປະທານຂອງ ທ່ານ ບຸນທັນ ບຸນທະວິໄລ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ທ່ານ ຫົວໜ້າອົງການໄອຍະການປະຊາຊົນ ແຂວງ ວຽງຈັນ, ຫົວໜ້າອົງການໄອຍະການປະຊາຊົນ ແຂວງ ບໍລິຄຳໄຊ,ຕາງ ໜ້າອົງການໄອຍະການປະຊາຊົນຂັ້ນຕ່າງໆ ແລະ ຄະນະໄດ້ເຂົ້າຮ່ວມຢ່າງພ້ອມພຽງ. ການປະ ກອບອຸປະກອນດັ່ງກ່າວ ມີຄວາມໝາຍຄວາມສໍາຄັນຍິ່ງໃຫ້ແກ່ການປະຕິບັດໜ້າທີ່ການເມືອງຂອງອົງການໄອຍະການປະຊາຊົນໃນໄລຍະໃໝ່, ເປັນພື້ນຖານໃຫ້ແກ່ການຊີ້ນໍາ-ນໍາພາ ຂອງຄະນະນໍາອົງການໄອຍະການປະຊາົນສູງສຸດ ຕໍ່ອົງການໄອຍະການປະຊາຊົນທ້ອງຖິ່ນ ແລະ ອົງ ການໄອຍະການທະຫານ ໂດຍຜ່ານກອງປະຊຸມທາງໄກ, ຍົກສູງຄຸນນະພາບຂອງການປະຕິບັດໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ ດ້ວຍຄວາມຮັບຜິດຊອບ ຊຶ່ງທັງໝົດນັ້ນ ຮຽກຮ້ອງໃຫ້ພະນັກງານອົງການໄອຍະການປະຊາຊົນ ຕ້ອງຮັບໃຊ້ຊາດ, ຮັບໃຊ້ປະຊາຊົນ ດ້ວຍຄວາມບໍລິສຸດໃຈ; ພັດທະນາວຽກງານໄອຍະການປະຊາຊົນ ຕາມທິດກ້າວໜ້າ, ທັນສະໄໝ ແລະ ວິທະຍາ ສາດ; ຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດ ຖະກິດ-ການເງິນ, ການແກ້ໄຂບັນຫາຢາເສບຕິດ ເຂົ້າສູ່ວຽກງານໄອຍະການປະຊາຊົນ; ຍົກສູງຄຸນນະພາບໃນການຕິດຕາມກວດກາການປະຕິບັດກົດໝາຍ, ການຕິດຕາມກວດກາທົ່ວໄປ, ການດໍາເນີນຄະດີປົກຄອງ, ການປະຕິບັດຄໍາຕັດສີນຂອງສານ; ສ້າງກົນໄກປະສານງານ ລະຫວ່າງ ອົງການໄອຍະການປະຊາຊົນ ກັບ ອົງການປົກຄອງ, ອົງການສືບສວນ-ສອບສວນຂອງເຈົ້າໜ້າທີ່ຕຳຫຼວດ, ພາສີ, ປ່າໄມ້ ແລະ ອົງການສືບ ສວນ-ສອບສວນ ອື່ນຢ່າງກົມກຽວ ດ້ວຍການສ້າງບົດບັນທຶກຮ່ວມ, ນິຕິກຳ ແລະ ປື້ມຄູ່ມືອັນເປັນພື້ນຖານໃຫ້ແກ່ການຍົກສູງຄຸນນະພາບໃນການຕິດຕາມກວດກາການປະຕິບັດກົດໝາຍ, ແກ້ໄຂການລະເມີດທາງປົກຄອງ, ນຳເອົາຜູ້ກະທຳຜິດມາດຳເນີນຄະດີ ສັ່ງຟ້ອງໃຫ້ສານຕັດສີນ ຖືກຕ້ອງ ເປັນມີຄວາມຍຸຕິທຳ ເຮັດໃຫ້ສັງຄົມມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ, ເສດຖະກິດ-ສັງຄົມ ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ປະເທດຊາດມີຄວາມຈະເລີນກ້າວໜ້າ ຢ່າງບໍ່ຢຸດຢັ້ງ.

อาจเป็นรูปภาพของ 10 คน, ผู้คนกำลังยืน และ สถานที่ในร่ม
อาจเป็นรูปภาพของ 12 คน, ผู้คนกำลังยืน และ ข้อความ

By admin

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *

EnglishLao