ອົງການໄອຍະການປະຊາຊົນສູງສຸດ ປາຖະກະຖາລະນຶກເຖິງ ວັນເກີດ ທ່ານ ປະທານສຸພານຸວົງ

ເນື່ອງໃນໂອກາດວັນເກີດຂອງ ປະທານ ສຸພານຸວົງ ຄົບຮອບ 105 ປີ (13/7/1909 -13/7/2014) ອົງການໄອຍະການປະຊາ ຊົນສູງສຸດ ໄດ້ຈັດຕັ້ງການປາຖະກະຖາລະນຶກເຖິງຊີວິດ ແລະ ການເຄື່ອນໄຫວປະຕິວັດຂອງ ປະທານ ສຸພານຸວົງ ຂຶ້ນໃນຕອນເຊົ້າ ວັນທີ 11 ກໍລະກົດ 2014 ຢູ່ທີ່ອົງການດັ່ງກ່າວ, ໂດຍການເຂົ້າຮ່ວມຂອງ ທ່ານ ໄຊຊະນະ ໂຄດພູທອນ ຮອງເລຂາຄະນະພັກ, ຮອງຫົວໜ້າ ອົງການໄອຍະການປະຊາຊົນສູງສຸດ, ມີທ່ານ ຫົວໜ້າກົມ, ຫົວໜ້າ ຫ້ອງການ, ຫົວໜ້າ ພະແນກ-ຮອງພະແນກ ພ້ອມດ້ວຍພະນັກງານໄອຍະການອ້ອມຂ້າງເຂົ້າຮ່ວມ 100 ກ່ວາສະຫາຍ.
ອ່ານຕໍ່ >>>ເຜີຍແຜ່ເອກະສານສຳຄັນໃຫ້ແກ່ພະນັກງານ ອົງການໄອຍະການປະຊາຊົນສູງສຸດ

ທ່ານ ຄຳສານ ສຸວົງ ກຳມະການສູນກາງພັກ,ເລຂາຄະນະບໍລິຫານງານ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດໄດ້ໃຫ້ກຽດຂຶ້ນເຜີຍແຜ່ບັນດາເອກະສານສຳຄັນ ໃນວັນທີ 9 ກໍລະກົດ 2014 ນີ້, ຊຶ່ງມີທ່ານ ຮອງຫົວໜ້າອົງການໄອຍະການ, ຫົວໜ້າຫ້ອງການ, ຫົວໜ້າກົມ-ຮອງກົມ, ຫົວໜ້າພະແນກ-ຮອງພະແນກພ້ອມດ້ວຍພະນັກງານຫລັກແຫລ່ງເຂົ້າຮ່ວມ 120 ສະຫາຍ.
ອ່ານຕໍ່ >>>ຄະນະຜູ່ແທນຂັ້ນສູງ ອົງການໄອຍະການປະຊາຊົນສູງສຸດ ສໍາເລັດການຢ້ຽມຢາມ ຣາຊະອານາຈັກກໍາປູເຈຍ

ໂດຍຕອບສະໜອງຕາມຄໍາເຊີນຂອງ ທ່ານ ນາງ ເຈຍ ລຽງ ຫົວໜ້າ ອົງການໄອຍະການສູງສຸດ ແຫ່ງ ຣາຊະອານາຈັກກໍາປູເຈຍ. ຄະນະຜູ່ແທ່ນຂັ້ນສູງ ແຫ່ງ ສປປ ລາວ ນໍາໂດຍ ທ່ານ ຄໍາສານ ສຸວົງ ຫົວໜ້າ ອົງການໄອຍະການປະຊາຊົນສູງສຸດ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢ່າງເປັນທາງການຢູ່ຣາຊະອານາຈັກ ກໍາປູເຈຍ ເປັນເວລາ 04 ວັນ, ນັບແຕ່ວັນທີ 19-22 ມີຖຸນາ 2014 ດ້ວຍຜົນສໍາເລັດອັນຈົບງາມ.
ອ່ານຕໍ່ >>>ປະຖະກະຖາ ເພື່ອເຜີຍແຜ່ເອກະສານກ່ຽວກັບການສະເຫຼີມສະຫຼອງ ສອງວັນປະຫວັດສາດຂອງຊາດ ແລະ ວັນສ້າງຕັ້ງອົງການໄອຍະການປະຊາຊົນ ໃນປີ 2015.
ໃນວັນທີ 10 ມິຖຸນາ 2014 ອົງການໄອຍະການປະຊາຊົນສູງສຸດໄດ້ຈັດຕັ້ງປະຖະກະຖາເພື່ອເຜີຍແຜ່ເອກະສານກ່ຽວກັບການສະເຫຼີມະຫຼອງສອງວັນປະຫວັດສາດຂອງຊາດ ແລະ ວັນສ້າງຕັ້ງອົງການໄອຍະການປະຊາຊົນ ໃນປີ 2015.
ອ່ານຕໍ່ >>>ຍົກລະດັບຂີດຄວາມສາມາດໃຫ້ພະນັກງານໄອຍະການປະຊາຊົນ ຂັ້ນ 3 ຊຸດທີ II

ພະນັກງານໄອຍະການປະຊາຊົນ 60 ກ່ວາຄົນ ທີ່ມາຈາກ ອົງການໄອຍະການປະຊາຊົນໃນຂອບເຂດ ທົ່ວປະເທດ ໄດ້ຮັບການຍົກລະດັບທາງດ້ານ ຄວາມຮູ້ຄວາມສາມາດໂດຍເລັ່ງໃສ່ດ້ານວິຊາການ, ມີຈັນຍາບັນ, ຈັນຍາທຳໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ມີຄວາມຊື່ສັດສຸດຈະລິດ ແລະ ສ້າງຂີດຄວາມສາມາດທາງດ້ານເຕັກນິກ, ວິທີການເຮັດວຽກແກ່ພະນັກງານໄອຍະການປະຊາຊົນ ສາມາດຕາງ ໜ້າໃນການຕິດຕາມກວດກາການຈັດຕັ້ງປະຕິບັດກົດໝາຍຕາມພາລະບົດບາດ, ສິດ ແລະ ໜ້າທີ່ ທີກົດໝາຍໄດ້ກຳນົດໄວ້. ຈາກນັ້ນຜູ່ເຂົ້າຮ່ວມຈະຕ້ອງໄດ້ແລກປ່ຽນບົດຮຽນດ້ານການຄົ້ນຄວ້າຄະດີ, ການສັ່ງຟ້ອງຜູ່ຖືກຫາຂຶ້ນສານ, ການຂຽນຄຳຖະແຫລງການເຂົ້າຮ່ວມປະຊຸມສານ ແລະບັນຫາອື່ນໆນຳກັນຕື່ມອີກ
ອ່ານຕໍ່ >>>ທ່ານ ພົນເອກ ສີສະຫວາດ ແກ້ວບຸນພັນ ໂອ້ລົມຕໍ່ ຄະນະພັກ ຄະນະນໍາ ແລະ ພະນັກງານ ອົງການ ໄອຍະການປະຊາຊົນສູງສຸດ.

ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 65 ປີ ( 20/1/1949 – 20/1/2014) ແລະ ວັນຊາດທີ 2 ທັນວາ ຄົບຮອບ 38 ປີ (2/12/1975–2/12/2013). ທ່ານ ພົນເອກ ສີສະຫວາດ ແກ້ວບຸນພັນ ອະດີດກໍາມະການກົມການເມືອງສູນກາງພັກ, ອະດີດນາຍົກລັດຖະມົນຕີ, ອະດີດປະທານສູນກາງແນວລາວສ້າງຊາດ ໄດ້ໃຫ້ກຽດໂອ້ລົມຕໍ່ຄະນະພັກ-ຄະນະນໍາ ແລະ ພະນັກງານອົງການໄອຍະການປະຊາຊົນສູງສຸດ, ຊື່ງມີ ທ່ານ ຄໍາສານ ສຸວົງ ກໍາມະການສູນກາງພັກ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ທ່ານຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ຫົວໜ້າຫ້ອງການ, ຮອງຫົວໜ້າຫ້ອງການ, ຫົວໜ້າກົມ, ຮອງກົມ, ຫົວ ໜ້າສະຖາບັນຄົ້ນຄ້ວາ-ຝຶກອົບຮົມວຽກງານໄອຍະການ, ທ່ານຫົວໜ້າອົງການໄອຍະການປະຊາຊົນພາກກາງ ພ້ອມດ້ວຍພະນັກງານເຂົ້າ ຮ່ວມ 200 ກ່າວຄົນ.
ອ່ານຕໍ່ >>>
ພິທີປະກາດການຈັດຕັ້ງພະນັກງານ
ອົງການໄອຍະການປະຊາຊົນສູງສຸດ ໄດ້ຈັດໃຫ້ມີພິທີການປະກາດການຈັດຕັ້ງພະນັກງານຢູ່ພາຍໃນ ອົງການໄອຍະການປະຊາຊົນສູງສຸດ, ສະຖາບັນຝຶກອົບຮົມວຽກງານໄອຍະການ, ອົງການໄອຍະການປະຊາຊົນພາກກາງຂຶ້ນໃນຕອນເຊົ້າວັນທີ 27 ພະຈິກ 2013. ພາຍໃຕ້ການເປັນປະທານຂອງ ທ່ານ ໄຊຊະນະ ໂຄດພູທອນ ຮອງເລຂາຄະນະພັກ, ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ. ເຂົ້າຮ່ວມມີທ່ານຫົວໜ້າກົມຈັດຕັ້ງ-ພະນັກງານ, ທ່ານຫົວໜ້າຫ້ອງການ, ຫົວໜ້າກົມ, ຮອງກົມ ພ້ອມດ້ວຍພະນັກງານວິຊາການເຂົ້າຢ່າງພ້ອມພຽງ.
ອ່ານຕໍ່ >>>ກອງປະຊຸມຜັນຂະຫຍາຍວຽກງານ 3 ສ້າງເຂົ້າໃນວຽກງານ ອົງການໄອຍະການປະຊາຊົນ ເຂດ III