ຄະນະພັກ ແລະ ຄະນະນຳຂອງອົງການໄອຍະການປະຊາຊົນແຂວງຈຳປາສັກ
ວັນທີ 03 ພະຈິກ 2017 ຫົວໜ້າອົງການໄອຍະການປະຊາຊົນແຂວງຈຳປາສັກ ໄດ້ລົງເຄື່ອນໄຫວວຽກງານຫ້ອງການຢູ່ອົງການໄອຍະການປະຊາຊົນເຂດ I ຂື້ນທີ່ຫ້ອງປະຊຸມອົງການໄອຍະການປະຊາຊົນເຂດ I ແຂວງຈຳປາສັກ ພາຍໃຕ້ການເປັນປະທານຂອງ ທ່ານ ສອນສະຫວັນ ສີວິໄລ ເລຂາໜ່ວຍພັກ, ຫົວໜ້າອົງການໄອຍະການປະຊາຊົນແຂວງຈຳປາສັກ, ມີຫົວໜ້າອົງການໄອຍະການປະຊາຊົນເຂດ I, ຮອງຫົວໜ້າອົງການໄອຍະການປະຊາຊົນເຂດ I,ຫົວໝ້າ ໜ່ວຍງານຫ້ອງການໄອຍະການປະຊາຊົນ ເຂດ I, ຮອງຫົວໜ້າໜ່ວຍງານຫ້ອງການໄອຍະການປະຊາຊົນ ເຂດ I, ຮອງຫົວໜ້າຫ້ອງການໄອຍະການປະຊາຊົນ ແຂວງ, ພະນັກງານວິຊາການພາຍໃນອົງການໄອຍະການປະຊາຊົນ ແຂວງ ແລະ ເຂດ ເຂົ້າຮ່ວມ.
ອ່ານຕໍ່ >>>ພິທີປິດຝຶກອົບຮົມທິດສະດີການເມືອງ ແລະ ການປົກຄອງ
ໃນຕອນເຊົ້າຂອງ ວັນທີ 10 ພະຈິກ 2017 ທີ່ ອົງການໄອຍະການປະຊາຊົນສູງສຸດ ໄດ້ຈັດພິທີສະຫຼຸບປິດການຝຶກອົບຮົມຮໍ່າຮຽນທິດສະດີການເມືອງ ແລະ ການປົກຄອງ ໄລຍະສັ້ນ 45 ວັນ, ຊຸດທີ VIII ໃນຄັ້ງວັນທີ 10 ພະຈິກ 2017. ໂດຍການເປັນປະທານຂອງ ທ່ານ ຄຳສານ ສຸວົງ ກຳມະການສູນກາງພັກ, ເລຂາຄະນະພັກ, ຫົວໜ້າອົງການໄອຍະການປະຊາຊົນສູງສູດ, ຄະນະພັກອົງການໄອຍະການປະຊາຊົນສູງສຸດ, ມີທ່ານຕ່າງໜ້າໃຫ້ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ພ້ອມດ້ວຍຄະນະ, ຫົວໜ້າສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມໄອຍະການ, ບັນດາທ່ານຫົວໜ້າກົມ, ຮອງກົມ, ຫົວໜ້າຫ້ອງການອົງການໄອຍະການປະຊາຊົນສູງສຸດ ແລະ ບັນດານັກສຳມະນາກອນເຂົ້າຮ່ວມຈຳນວນ 80 ກວ່າຄົນ.
ອ່ານຕໍ່ >>>ອົງການໄອຍະການປະຊາຊົນສູງສຸດ ແລະ ເຢຍລະມັນ ເປີດກອງປະຊຸມແລກປ່ຽນບົດຮຽນ

ໂດຍເຫັນໄດ້ຄວາມໜາຍຄວາມສໍາຄັນຂອງການພັດທະນາຊັບພະຍາກອນທະນຸດໃນໄລຍະທີ່ປະເທດເຮົາເຊືອມໂຍ່ງດ້ານເສດຖະກິດກັບຕ່າງປະເທດ, ຄະນະນຳອົງການໄອຍະການປະຊາຊົນສູງສຸດ ໄດ້ຕົກລົງເຫັນດີໃຫ້ຈັດກອງປະຊຸມແລກປ່ຽນບົດຮຽນວຽກງານໄອຍະການລາວ-ເຢຍລະມັນ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ໄຊຊະນະ ໂຄດພູທອນ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນພາກ, ອົງການໄອຍະການປະຊາຊົນນະຄອນຫຼວງວຽງຈັນ, ສານປະຊາຊົນ, ສານປະຊາຊົນພາກກາງ, ສານປະຊາຊົນ ນະຄອນຫຼວງວຽງຈັນ, ກະຊວງປ້ອງກັນຄວາມສະຫງົບ, ປກສ ນະຄອນຫຼວງວຽງຈັນ ຈຳນວນ 50 ທ່ານເຂົ້າຮ່ວມ.
ອ່ານຕໍ່ >>>ອົງການໄອຍະການປະຊາຊົນສູງສຸດ ສປປ ລາວ ແລະ ມະຫາວິທະຍາໄລກວາງຊີ ສປ ຈີນ
ໃນຕອນເຊົ້າຂອງ ວັນທີ 06 ພະຈີກ 2017 ທີ່ ໂຮງແຮມລາວພຣາຊ່າ ນະຄອນຫລວງວຽງຈັນ ໄດ້ມີກອງປະຊຸມພົບປະສອງຝ່າຍລະຫວ່າງຄະນະນຳອົງການໄອຍະການປະຊາຊົນສູງສຸດ ແລະ ຄະນະຜູ່ແທນ ມະຫາວິທະຍາ ໄລກວາງຊີ ສປ ຈີນ ເຊິ່ງຕາງໜ້າໃຫ້ຄະນະນຳອົງການໄອຍະການປະຊາຊົນສູງສຸດ ທ່ານ ໄຊຊະນະ ໂຄດພູທອນ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແລະ ຕາງໜ້າໃຫ້ຄະນະຜູ່ແທນ ມະຫາວິທະຍາໄລ ກວາງຊີ ສປ ຈີນ ທ່ານ ຫິຼວ ເຈີ້ງຕົງ ຮອງປະທານສະພາ ທີ່ປືກສາການເມືອງເຂດປົກຄອງຕົນເອງ ເຜົ່າຈ້ວາງກວາງຊີ, ເລຂາຄະນະບໍລິຫານງານພັກ ມະຫາວິທະຍາໄລກວາງຊີ ສປ ຈີນ.
ອ່ານຕໍ່ >>>ຫົວໜ້າອົງການໄອຍະການປະຊາຊົນສູງສຸດຕ້ອນຮັບຄະນະຜູ້ແທນມະຫາວິທະຍາໄລກວາງຊີ ສປ ຈີນ
ໃນຕອນເຊົ້າຂອງວັນທີ 6 ພະຈິກ 2017 ທີ່ ອົງການໄອຍະການປະຊາຊົນສູງສຸດ ທ່ານ ຄຳສານ ສຸວົງ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງຄະນະຜູ້ແທນ ມະຫາວິທະຍາໄລ ກວາງຊີ ສປ ຈີນ ຊຶ່ງນຳໂດຍ ທ່ານ ຫຼີວ ເຈີ້ງຕົ່ງ ຮອງປະທານສະພາ ທີ່ປືກສາການເມືອງເຂດປົກຄອງຕົນເອງ ເຜົ່າຈ້ວງກວາງຊີ, ເລຂາຄະນະບໍລິຫານງານພັກ ມະຫາວິທະຍາໄລ ກວາງຊີ ສປ ຈີນ.
ອ່ານຕໍ່ >>>ພິທີມອບ-ຮັບໜ້າຫົວໜ້າອົງການໄອຍະການປະຊາຊົນ ແຂວງ ສາລະວັນ ຜູ້ເກົ່າ ແລະ ຜູ້ໃຫມ່

ພິທີມອບ-ຮັບໜ້າທີ່ວຽກງານລະຫວ່າງຫົວໜ້າອົງການໄອຍະການປະຊາຊົນແຂວງສາລະວັນຜູ້ເກົ່າ-ຜູ້ໃຫມ່, ໄດ້ດໍາເນີນມາເປັນເວລາ 01 ວັນ, ໃນຕອນເຊົ້າວັນທີ 12 ຕຸລາ 2017; ທີ່ຫ້ອງປະຊຸມຂອງຫ້ອງວ່າການປົກຄອງແຂວງ ຊັ້ນ 3, ໂດຍການເຂົ້າຮ່ວມເປັນປະທານ ຂອງ ທ່ານ ຄໍາສານ ສຸວົງ ກໍາມະການສູນກາງພັກ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ບຸນທຽມ ແກ້ວໄຊຍະວົງ ຄະນະປະຈໍາພັກແຂວງ, ຫົວໜ້າຈັດຕັ້ງແຂວງ ສາລະວັນ; ມີຫົວໜ້າກົມຈັດຕັ້ງ-ພະນັກງານ ພ້ອມດ້ວຍຄະນະ, ຄະນະຈັດຕັ້ງແຂວງ, ຄະນະກວດກາພັກ-ລັດແຂວງສະມາຊິກພັກ ແລະ ພະນັກງານໄອຍະການປະຊາຊົນແຂວງທົ່ວແຂວງ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.
ອ່ານຕໍ່ >>>ອົງການໄອຍະການປະຊາຊົນສູງສຸດຝືກອົບຮົມການຕິດຕາມກວດກາການດຳເນີນຄະດີແພ່ງແຂວງສາລະວັນ
ໃນລະຫວ່າງວັນທີ 13 ຫາ 15 ມີນາ 2017 ອົງການໄອຍະການປະຊາຊົນສູງສຸດ ໄດ້ເປີດພິທີຈັດຝຶກອົບຮົມກ່ຽວກັບການສ້າງຄວາມເຂັ້ມທາງດ້ານວິຊາການ ເພື່ອຈັດຕັ້ງປະຕິບັດກົດໝາຍໃນການຕິດຕາມກວດການດຳເນີນຄະດີແພ່ງ ຂື້ນທີ່ ແຂວງ ສາລະວັນ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ໄຊຊະນະ ໂຄດພູທອນ ຮອງເລຂາຄະນະພັກ, ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ໃຫ້ແກ່ບັນດາອົງການໄອຍະການປະຊາຊົນບັນດາແຂວງ ແລະ ເຂດຢູ່ພາກໃຕ້ ຊຶ່ງປະກອບມີແຂວງສະຫວັນນະເຂດ, ແຂວງຈຳປາສັກ, ແຂວງສາລະວັນ, ແຂວງເຊກອງ ແລະ ແຂວງອັດຕະປື ຊຶ່ງມີຜູ້ເຂົ້າຮ່ວມທັງໝົດຈຳນວນ 52 ທ່ານ.
ອ່ານຕໍ່ >>>ສະຫະພັນກໍາມະບານອົງການໄອຍະການປະຊາຊົນສູງສຸດຫວນຄືນມູນເຊື້ອວັນສ້າງຕັ້ງກໍາມະບານລາວ
ໃນຕອນເຊົ້າວັນທີ 8 ກຸມພາ 2017 ທີ່ ອົງການໄອຍະການປະຊາຊົນສູງສຸດ ໄດ້ມີພິທີຫວນຄືນມູນເຊື້ອວັນສ້າງຕັ້ງກໍາມະບານລາວຄົບຮອບ 61 ປີ ຂຶ້ນໃຫ້ກຽດປາຖະກະຖາໃນຄັ້ງນີ້ມີ ທ່ານ ສີມູນ ອຸ່ນລາສີ ຮອງປະທານສູນກາງສະຫະພັນກໍາມະບານລາວ. ໃຫ້ກຽດເຂົ້າຮ່ວມຟັງມີ ທ່ານ ໄຊຊະນະ ໂຄດພູທອນ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແລະ ບັນດາສະຫາຍສະມາຊິກກໍາມະບານພາຍໃນ ອົງການໄອຍະການປະຊາຊົນສູງສຸດເຂົ້າຮ່ວມ 200 ກວ່າສະຫາຍ.