ກອງປະຊຸມວຽກງານໄອຍະການທົ່ວປະເທດ

ໃນລະຫວ່າງວັນທີ 30 ຫາ 31 ມັງກອນ 2017 ເຊິ່ງໄດ້ມີພິເປີດ ແລະ ພິທີປິດກອງປະຊຸມວຽກງານໄອຍະການປະຊາຊົນປະຊາຊົນທົ່ວປະເທດ ປະຈຳປີ 2016 ທີ່ ອົງການໄອຍະການປະຊາຊົນສູງສຸດ. ໂດຍເປັນປະທານຂອງ ທ່ານ ຄຳສານ ສຸວົງ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ຮອງຫົວໜ້າອົງການໄອຍະກາປະຊາຊົນສູງສຸດ, ຫົວໜ້າອົງການໄອຍະການທະຫານຂັ້ນສູງ ແລະ ພາກ, ອົງການໄອຍະການປະຊາຊົນພາກ, ແຂວງ-ນະຄອນຫລວງ ແລະ ບັນດາກົມອ້ອມຂ້າງອົງການໄອຍະການປະຊາຊົນສູງສຸດ ທັງໝົດ 170 ກວ່າທ່ານ.
ອ່ານຕໍ່ >>>ເປີດກອງປະຊຸມວຽກງານຈັດຕັ້ງຂອງອົງການໄອຍະການປະຊາຊົນທົ່ວປະເທດ
ອົງການໄອຍະການປະຊາຊົນສູງສຸດ ໄດ້ຈັດກອງປະຊຸມວຽກງານຈັດຕັ້ງ ຂອງ ອົງການໄອຍະການປະຊາຊົນທົ່ວປະເທດ ຄັ້ງທີ 1 ຂຶ້ນ ໃນວັນທີ 1 ກຸມພາ ນີ້, ທີ່ ອົງການໄອຍະການປະຊາຊົນສູງສຸດ ໂດຍພາຍໄຕ້ການເປັນປະທານຂອງ ທ່ານ ຄຳສານ ສຸວົງ ກຳມະການສູນກາງ ພັກ, ເລຂາຄະນະພັກ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ໂດຍການເຂົ້າຮ່ວມເປັນກຽດຂອງ ທ່ານ ຈັນສີ ໂພສີຄຳ ກຳມະການກົມ ການເມືອງ ສູນກາງພັກ ເລຂາທິການສູນກາງພັກ ຫົວໜ້າ ຄະນະຈັດຕັ້ງສູນກາງພັກ, ຄະນະພັກ, ຄະນະນໍາອົງການໄອຍະການປະຊາຊົນ ສູງສຸດ, ບັນດາຫົວໜ້າກົມ-ຮອງກົມ, ຫ້ອງການ, ອົງການໄອຍະການປະຊາຊົນພາກ ແລະ ອົງການໄອຍະການປະຊາຊົນແຂວງ, ອົງການ ໄອຍະການທະຫານຂັ້ນສູງ ແລະ ສະຖາບັນຄົ້ນຄ້ວາ ແລະ ຝຶກອົບຮົມໄອຍະການ ເຂົ້າຮ່ວມ 150 ກ່ວາທ່ານ.
ອ່ານຕໍ່ >>>ມູນິທິ ຮັນໄຊເດັນ ມອບປື້ມກົດໜາຍໃຫ້ອົງການໄອຍະການປະຊາຊົນສູງສຸດ
ໂດຍປະຕິບັດຕາມໂຄງການຮ່ວມມື ລະຫວ່າງ ອົງການໄອຍະການປະຊາຊົນສູງສຸດ ແລະ ມູນນິທິຮັນໄຊເດັນປະເທດເຢຍລະມັນ ໃນຕອນເຊົ້າຂອງວັນທີ31ມັງກອນ2017;ທີ່ຫ້ອງຮັບແຂກອົງການໄອຍະການປະຊາຊົນສູງສຸດ.ມູນນິທິຮັນໄຊເດັນໄດ້ນຳເອົາປື້ມກົດໜາຍ ຈຳນວນ56ຫົວ.ມູນຄ່າ25.000.000ລ້ານກີບມາມອບໃຫ້ອົງການໄອຍະການປະຊາຊົນສູງສຸດເພື່ອປະກອບໃສ່ຫ້ອງສະມຸດຂອງ ສະຖາບັນຄົ້ນຄວ້າແລະຝືກອົບຮົມວຽກງານໄອຍະການ.ປື້ມທີ່ນຳມາມອບໃຫ້ໃນຄັ້ງນີ້ມີປື້ມກົດໜາຍ,ປື້ມອະທິບາຍ,ປື້ມຕຳ ລາສິດສອນກ່ຽວກັບປະມວນກົດໜາຍແພ່ງ,ກົດໜາຍການຄ້າ,ກົດໜາຍອາຍາ,ກົດໜາຍແຮງງານ,ກົດໜາຍປົກຄອງ,ກົດໜາຍວ່າ ດ້ວຍອົງການໄອຍະການແຫ່ງຣາຊະອານາຈັກໄທ,ກົດໜາຍວ່າດ້ວຍການສົ່ງຜູ້ຮ້າຍຂ້າມແດນ,ກົດໜາຍສາກົນແລະກົດໜາຍອື່ນໆທີ່ ພົວພັນເຖິງວຽກງານໄອຍະການປະຊາຊົນ.
ອ່ານຕໍ່ >>>ອົງການໄອຍະການປະຊາຊົນສູງສຸດ ປາຖະກະຖາວັນສ້າງຕັ້ງກອງທັບປະຊາຊົນລາວ (ຄອບຮອບ 68 ປີ) ຄັ້ງວັນທີ 24 / ມັງກອນ / 2017
ໃນຕອນເຊົ້າຂອງວັນທີ 24 ມັງກອນ 2017,ທີ່ອົງການໄອຍະການປະຊາຊົນສູງສຸດໄດ້ຈັດຕັ້ງປາຖະກະຖາວັນສ້າງຕັ້ງກ
ກອງທັບປະຊາຊົນລາວ ຄົບຮອບ68ປີ(20ມັງກອນ 1949-20ມັງກອນ 2017)ຂື້ນໃຫ້ກຽດເຜີຍແຜ່ເອກະສານໃນຄັ້ງນີ້
ໂດຍທ່ານພົ/ວ ສອນທອງ ພົມລາວົງ ຮອງຫົວໜ້າກົມໃຫ່ຍການເມືອງກອງທັບ, ເຂົ້າຮ່ວມຟັງປະຖະກະຖາຄັ້ງນີ້ມີຄະນະພັກ,
ຄະນະນຳອົງການໄອຍະການປະຊາຊົນສູງສຸດ, ບັນດາຫົວໜ້າກົມ, ຫ້ອງການ, ອົງການໄອຍະການປະຊາຊົນພາກກາງ
ແລະ ສະຖາບັນຄົ້ນຄ້ວາ ແລະ ຝຶກອົບຮົມໄອຍະການ ພ້ອມດ້ວຍພະນັກງານ, ເຂົ້າຮ່ວມ100 ກ່ວາຄົນ.
ອົງການໄອຍະການປະຊາຊົນສູງສຸດຈັດກິດຈະກຳແຂ່ງຂັນກິລາບານເຕະຊາຍແລະແຂ່ງຂັນກິລາເປຕັງຂື້ນເພື່ອຂ່ຳນັບຮັບຕ້ອນກອງ ປະຊຸມວຽກງານໄອຍະການປະຊາຊົນທົ່ວປະເທດປະຈຳປີ ສົກ 2016-2017
ໃນລະຫວ່າງວັນທີ12-17ມັງກອນ2017,ເພື່່ອຂໍ່ານັບຮັບຕ້ອນກອງປະຊຸມວຽກງານໄອຍະການປະຊາຊົນທົ່ວປະເທດປະຈຳປີສົກ 2016-2017;ອົງການໄອຍະການປະຊາຊົນສູງສຸດໄດ້ມີການສ້າງຂະບວນການອອກແຮງງານຢູ່ພາຍໃນອົງການແລະສະຖານທີ່ຂ້ອມຂ້າງ ແລະໄດ້ຈັດກິດຈະກຳແຂ່ງຂັນກິລາບານເຕະຊາຍຂື້ນທີ່ເດີ່ນວິກຕໍຣີ,ກິລາເປຕັງ(ຕີບຸ່ນ)ຂື້ນທີ່ເດີນກິລາເປຕັງ ອົງການໄອຍະການປະຊາຊົນສູງສຸດ
ອ່ານຕໍ່ >>>ທ່ານ ບຸນຍັງ ຈັນດາລາສານ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຕ້ອນຮັບການຢ້ຽມຂ່ໍານັບຂອງ ຄະນະຊ່ຽວຊານທະນາຄານໂລກ ແລະ ສໍານັກງານຂໍ້ມູນຕ້ານການຟອກເງີນ

ໂດຍການຕອບສະໜອງຕາມການສະເໜີເຂົ້າຢ້ຽມຂ່ຳນັບ ທ່ານ ບຸນຍັງ ຈັນດາລາສານ ຮອງຫົວໜ້າອງົການໄອຍະກາ
ນປະຊາຊົນສູງສຸດ, ຄະນະກຳມະການແຫ່ງຊາດເພຶ່ອຕ້ານການຟອກເງີນ ແລະ ສະໜອງທືນໃຫ້ແກ່ການກໍ່ການຮ້າຍ
ອົງການໄອຍະການປະຊາຊົນສູງສຸດປາຖະກະຖາ ວັນການສ້າງຕັ້ງອົງການໄອຍະການປະຊາຊົນ ຄົບຮອບ 27 ປີ (09/01/1990 – 09/01/2017)
ໃນຕອນບ່າຍຂອງວັນທີ6ມັງກອນ2017;ອົງການໄອຍະການປະຊາຊົນສູງສຸດໄດ້ຈັດປະຖະກະຖາກ່ຽວກັບວັນສ້າງຕັ້ງອົງການ
ໄອຍະການປະຊາຊົນຄົບຮອບ27ປີຂື້ນໂດຍການໃຫ້ກຽດເປັນປະທານຂອງທ່ານໄຊຊະນະ ໂຄດພູທອນຮອງຫົວໜ້າອົງການໄອຍະ
ການປະຊາຊົນສູງສຸດແລະຜູ້ເຂົ້າຮ່ວມມີຫົວໜ້າຫ້ອງການ,ຮອງຫົວໜ້າຫ້ອງການ,ຫົວໜ້າກົມ,ຮອງຫົວໜ້າກົມ, ສະຖາບັນຝຶກອົບຮົມໄອຍະການ,
ອົງການໄອຍະການປະຊາຊົນພາກກາງ,ຫົວໜ້າພະແນກ,ຮອງຫົວໜ້າພະແນກແລະວິຊາການທັງໝົດ100ກວ່າຄົນ.
ກອງປະຊຸມສໍາມະນາວິທະຍາສາດ ທາບທາມຄວາມຄິດເຫັນ ໃສ່ຮ່າງກົດໝາຍ ວ່າດ້ວຍອົງການໄອຍະການປະຊາຊົນ ສະບັບປັບປຸງໃໝ່ ທີ່ໂຮງແຮມຈໍາປາພຣາເລດ ແຂວງຈໍາປາສັກ ແຕ່ວັນທີ 26-27 ທັນວາ 2016
ກອງປະຊຸມສໍາມະນາວິທະຍາສາດ ທາບທາມຄວາມຄິດເຫັນ ໃສ່ຮ່າງກົດໝາຍ ວ່າດ້ວຍອົງການໄອຍະການປະຊາຊົນ ສະບັບປັບປຸງໃໝ່ ແລະ ການຈັດຕັ້ງປະຕິບັດ ກົດໝາຍ ວ່າດ້ວຍການດໍາເນີນຄະດີອາຍາ ໄລຍະຜ່ານມາ, ຊຶ່ງໄດ້ຈັດຂຶ້ນ ເວລາ 08:30 ຂອງວັນທີ 26 ທັນວາ 2016 ແລະ ຈະອັດລົງໃນຕອນແລງ ຂອງວັນທີ 27 ທັນວາ 2016 ທີ່ໂຮງແຮມຈໍາປາພຣາເລດ ແຂວງຈໍາປາສັກ, ໂດຍພາຍໃຕ້ ການເປັນປະ ທານ ຂອງທ່ານ ໄຊຊະນະ ໂຄດພູທອນ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ທັງເປັນຫົວໜ້າຄະນະຄົ້ນຄວ້າເພື່ອປັບປຸງກົດໝາຍ ວ່າດ້ວຍອົງການໄອຍະການປະຊາຊົນ, ມີບັນດາທ່ານຄະນະນໍາ ທີ່ຕາງໜ້າໃຫ້ ພາກສ່ວນກ່ຽວຂ້ອງ ເຊັ່ນ: ສະພາປະຊາຊົນແຂວງ, ກອງບັນຊາການ ປກສ ແຂວງ, ສານປະຊາຊົນແຂວງ, ພະແນກຍຸຕິທໍາແຂວງ, ອົງການໄອຍະການປະຊາຊົນແຂວງ ທີ່ມາຈາກ ແຂວງຄໍາມ່ວນ, ສະຫວັນນະເຂດ, ສາລະວັນ, ເຊກອງ, ອັດຕະປື ແລະ ພາຍໃນແຂວງຈໍາປາສັກ ຍັງມີອົງການໄອຍະການປະຊາຊົນພາກໃຕ້ ແລະ ແຂວງ, ສານປະຊາຊົນພາກໃຕ້ ແລະ ແຂວງ, ອົງການໄອຍະການທະຫານພາກໃຕ້ ແລະ ແຂວງ, ພະແນກກວດກາລັດແຂວງ, ຂະແໜງກວດກາປ່າໄມ້ແຂວງ ແລະ ຫ້ອງການພາສີແຂວງ ເຂົ້າຮ່ວມທັງໝົດ ເກືອບ 100 ທ່ານ.
ອ່ານຕໍ່ >>>